Thursday, October 10, 2019

ຫົນທາງປັດເປົ່າຄວາມມື້ດມົວເຫັນແສງໄຟ.


⏩⏩  ໃນຫຼັກການ ຫົນທາງສູ້ຄວາມລ້ຳລວຍ ບໍ່ມີຄວາມຫຍຸ່ງຍາກ. ຖ້າຫາກ ວ່າ ເຮົາຮູ້ຫຼັກການ.
ຄວາມສຳຄັນ: ຫຼັກການ,ປະສົບການຄວາມຮູ້,ແລະການລົງມືກະທຳ. ຄືກຸ່ນແຈແຫ່ງຄວາມສຳເລັດ ແລະ ລ່ຳລວຍ.
ໃນເມື່ອເຮົາຍັງບໍ່ມີປະສົບການຄວາມຮູ້ ຫາກ ວ່າເຮົາລົງມືກະທຳ ກໍ່ເປັນການດີ ແລະ ໄດ້ປະສົບການ
➤ຖ້າມີຄົນບອກ ວ່າ: ການທຳສີ່ງນັ້ນ ມັນບໍ່ໄດ້ປະສົບຜົນສຳເລັດດອກ.
ກໍ່ປ່ຽບເໝືອນຍັງບໍ່ທັນໄດ້ລົງເຮືອເດີນທາງໃນມະຫາສະໝຸດ   ຢ່າໄປເຊື່ອຄົນອື້ນເລີຍ
➤ແຕ່ຖ້າລົງມືກະທຳແລ່ວ ແລະ ຂາດການວາງແຜນ ຫຼື ຫຼັກການ ປະສົບການ.
ກໍ່ປ່ຽບເໝືອນ ລົງເຮືອໃນມະຫາສະໝຸ່ດແລ້ວ ແຕ່ຂາດເຂັມທິດນໍາທາງ
ເຖີ່ງວ່າເຈົ້າຈະເກັ່ງ ແຕ່ຂາດກົນລະຍຸດ ຫຼື ຫຼັກການ ເຈົ້າກໍ່ບໍ່ສາມາດ ປະສົບຜົນສຳເລັ່ດ.
➦ດັ່ງນັ້ນ:ຈົ່ງລົງມືກະທຳ ໃນສີ່ງທີ່ເຈົ້າມັກ ແລະ ຕັ້ງໃຈໃຫ້ສຳເລັດ ຖ້າວ່າມັນຍັງບໍ່ສຳເລັດ ກໍ່ແປວ່າ:
ເຈົ້າຍັງຂາດໃນສີ່ງໃດສີ່ງໜື່ງ ທີ່ເຈົ້າບໍ່ຮູ້
➠ຖ້າເຈົ້າຢາກໄດ້ຢາດີ  ໃຫ້ເຈົ້າໄປຫາໝໍ
➠ຖ້າເຈົ້າຢາກລ່ຳລວຍ ໃຫ້ຄິດແບບຄົນລວຍ ແລະ ຮຽນຮູ້ຫຼັກການນຳຄົນລວຍວ່າເຂົາຫາເງີນແນວໄດ ແລະ ໃຊ້ຈ່າຍແບບໄດ..ຈົ່ງລົງມືກະທຳ ແລະ ເລືອກໃນສີ່ງທີ່ເຈົ້າມັກ.


Pimai P. SANTIPHAB.







ການກະທໍາໃຫ້ຄົນອື້ນຖ້າຜິດໄປແລ້ວບໍ່ສາມາດມີຄວາມຮູ້ສຶກດີຕໍ່ກັນ

.....ການກະທຳສ່ວນໃດສ່ວນໜື່ງ ມັນສາມາດບົ່ງບອກໄດ້ວ່າ ເຂົາຄົນນັ້ນເປັນຄົນແບບໃດ...
➤➤➤➤➤ ຄົນເຮົາເກີດມາ ສ່ວນຫຼາຍແມ່ນມັກຈະກະທຳຜິດຜາດ ກັບສີ່ງໃດສີ່ງໜື່ງ
ແລະ ບຸກຄົນໃດຄົນໜື່ງ ນັ້ນຄືເກີດຈາກຄວາມຄິດວ່າ ຕົວເອງເກັ່ງ ມັກຈະປະມາດ
ໃນສີ່ງທີ່ຕົນເອງກະທຳ ດ້ວຍກາຍ , ວາຈາ, ໃຈ ມັນຈະບົ່ງບອກເຖີ່ງຄວາມຄິດ ນິໃສຂອງເຂົາເອງ
ວ່າມີຄວາມເປັນ ມະນຸດສະທຳ ສ້ຳໃດ ມີຄວາມຮູ້ ປະສົບປະການ ສ້ຳໃດ ມັນຈະບົ່ງບອກ
ຖ້າຫາກ ວ່າເຂົາຄົນນັ້ນສະແດງອອກມາ ມັນຈະມີຜົນກະທົບຕໍ່ຕົວເຂົາເອງ
ເຂົາຄົນນັ້ນ ເມື່ອຮູ້ວ່າຕົນເອງກະທຳຜິດຜາດ ແສນຊິຫວນກັບຄືນຂໍໂທດ ຄວາມຜູກພັນກໍ່ບໍ່ຄືເກົ່າ⏪⏪⏪⏪
➧➧➧ ດັ່ງນັ້ນ ທຸກໆການກະທຳ ເຮົາຄວນເປັນຄົນສຸພາບ ບໍ່ຄວນຄິດຫວັງຜົນປະໂຫຍດຕົວເອງ
ຄວນອອ່ນນ້ອມ ຖ່ອມຕົນ  ເພື່ອຟັງການເວົ້າຈາຂອງຄົນອືນກ່ອນ ແລ້ວ ຄວນຈະງ້ຽບໄວ້ດີກ່ວາ...➤


Pimai P. SANTIPHARB.




ເລືອກໃນສິ່ງທີ່ທ່ານມັກ


 ➧➧➧➧➧ ແຕ່ຄາວກ່ອນຂ້ອຍເຄີຍມີຄວາມໃຜ່ຝັນໃນອະນາຄົດນັ້ນ ຂ້ອຍຢາກເປັນທ່ານໜໍປົວຄົນ ( Doctor ), ຢາກເປັນນັກການຕະຫຼາດ, ຢາກເປັນປະທານາທິບໍດີ, ຢາກເປັນເສດຖີຄົນລ້ຳລວຍພ້ອມມີຄົນຫາເງິນມາໃຫ້ໃຊ້ ເອົາເງິນຫາເພື່ອໝູນເງິນເອງ ໂດຍສ່ວນຕົວຈະໄປທ່ຽວສະບາຍໃຈໄປໃສກໍ່ໄດ້ ແລະ ຄວາມຫວັງທີ່ສໍາຄັນທີສຸດຂອງຂ້ອຍນັ້ນ ..... ( ຍັງບໍ່ໃຫ້ຄໍາຕອບ ເປັນຄວາມຫວັງອັນລໍ້າຄ່າ )...
        ຄວາມໃຝ່ຝັນ ຖ້າວ່າຈິດໃຈຂອງເຮົາປະສົງແລ້ວ ມັນປະສົບສົມຜົນສໍ່າເລັດໄປແລ້ວສ່ວນໜື່ງ ຍັງແຕ່ການລົງມືກະທໍາເທົ່ານັ້ນເອງແລະແຜນ ຈົ່ງຈຳໄວ້ວ່າຄວາມພາຍະຍາມໃນສີ່ງທີ່ເຮົາເຮັດທີ່ຍັງບໍປະສົມຜົນສຳເລັດນັ້ນ ແປ່ວ່າເຮົາຍັງຂາດສິ່ງໄດສີ່ງໜື່ງທີ່ເຮົາຍັງບໍ່ຮູ້ ຈົ່ງຊອກຮູ້ສຶ່ກສາໃຫ້ລະອ້ຽດ ຄວາມຮູ້ເປັນສິ່ງສໍາຄັນຫຼາຍ  ຖ້າບໍ່ມີຄວາມຮູ້ເຖິງຈະມີເພັດຄໍາອັນລໍ້າຄ່າໃນມືກໍ່ບໍ່ສາມາດປະດິດໃຫ້ມີຄ່າ ເໝືອນກັນກັບເພັດຄໍາໃນກໍາມືລີງທີບໍ່ສາມາດໃຫ້ມີຄຸນຄ່າ ຖ້າຫາກ ວ່າ.ເຮົາຮູ້ຫຼັກການຂອງສີ່ງໄດສີ່ງໜື່ງແລະລົງມືທຳຢ່າງດີ  ພວກເຮົາຈະປະສົບຜົນສຳເລັດຢ່າງແທ້
                                    ➽➽➽ ຄວາມມື້ດມົວຈະບໍ່ເອົາຊະນະແສງໄຟໄປໄດ້ ...
                                                  

                                                               Pimai P. SANTIPHAB.



Friday, October 4, 2019

ພະປີໃໝ່




ຊື່-ນາມສະກຸນ :   ພຣະ ປີໃໝ່ ສັນຕິພາບ
ວັນເດືອນປີເກີດ :   29/02/ພ.ສ 2539/ຄ.ສ 1996 
ທີ່ຢູ່ປັດຈຸບັນ  :  ວັດຈອມທອງ ເມືອງທ່າແຂກ ແຂວງຄໍາມ່ວນ
ວັນທີ 14/06/ຄ.ສ2011/ ພ.ສ 2554 ໄດ້ເຂົ້າບັນພະຊາເປັນສະມາເນນໃນໄວອາຍຸ 15 ປີ 
ໄດ້ເຂົ້າບັນພະຊາໃນໂຄງການບັນພະຊາສາມະເນນ ທີ່ວັດຈອມທອງ ເມືອງທ່າແຂກ ແຂວງຄໍາມ່ວນ
ໄລຍະເວລາການບວດເປັນສາມະເນນໄດ້ 4ປີ10ເດືອນ 11 ວັນ
ວັນສຸກ 27/03/2015/ ພ.ສ 2558 ໄດ້ອຸປະສົມບົດເປັນພິກຂຸ (ບວດພຣະ)​
ການສຶກສາ
 2005 - 2009 ຮຽນຢູ່ໂຮງຮຽນປະຖົມບ້ານກະວະ ເມືອງມະຫາໄຊ ແຂວງຄໍາມ່ວນ
2009 - 2012 ຮຽນຢູ່ໂຮງຮຽນ ມ.ຕ ສົງ ວັດກາງ ເມືອງທ່າແຂກ ແຂວງຄໍາມ່ວນ
2012 - 2015 ຈົບຊັ້ນມັດທະຍົມ ມ.ສ ສຶກສາສົງ ແຂວງ ຄໍາມ່ວນ
2016 - 2019 ຈົບການສຶກສາ ປະລິນຍາຕຣີ ວິຊາEinglish ວິທະຍາໄລສົງອົງຕື້
01/09/ຄ.ສ 2015/ ພ.ສ 2558   - 28/07/ຄ.ສ 2019/ພ.ສ 2562 ໄດ້ຈົບການສຶກສາ ປະລິນຍາຕີ Einglish ວິທະຍາໄລສົງອົງຕື້




(ໃບປະກາຈົບການຮຽນມັດທະຍົມຕອນຕົ້ນຕອນປາຍ)
                                      

(ໃບປະກາວິທະຍາໄລສົງອົງຕື້)


 4/10/2019 ຄ.ສ 2562 ເປັນຂໍ້ມູນຈືງ.

Pimai .P SANTIPHAB.