Thursday, March 14, 2019

ຄວາມເປັນມາຂອງສາສະໜາ



➤➤➤➤➤➤➤ ສາສະໜາຄືຫຍັງ?   ສາສະໜາຄືຄວາມເຊື່ອຖືຂອງມະນຸດ ອັນມີຫຼັກສະແດງ, ກໍາເນີ້ດ ແລະ ສີ້ນສຸດຂອງໂລກ, ເຊີ່ງໄດ້ບອກທາງໄປສູ້ຈຸດສູງສຸດຂອງຊີວິດ(ປັລະມັທ) ແລະ ສະແດງຫຼັກທໍາທີ່ກ່ຽວກັບບຸນບາບ, ໃນທາງສິນລະທໍາລວມທັງມີພິທີກໍາທີ່ຈະເຮັດຕາມຫຼັກທໍາຄວາມເຊື່ອຖືໃນສາສະໜານັ້ນ.

⏩⏩⏩ພຸດທະສາສະໜາຄືຫຍັງ?  ຄືຫຼັກທໍາຂອງສາສະໜາພຸດ ຄືການປະຕິບັດຮັກສາກາຍ, ວາຈາ, ໃຈ ໃຫ້ບໍລິສຸດຈົນສາມາດເຂົ້າເຖິງຈຸດສູງສຸດຂອງຊີວິດ, ກໍຄືເຂົ້າເຖິງພະນີບພານໂດຍທີ່ບໍ່ໄດ້ມາເກີ້ດອີ້ກ.

🔺🔺🔺ຕົ້ນກໍາເນີດຂອງພຸດທະສາສະໜາ.🔺🔺🔺
                                ພຣະພຸດທະເຈົ້າມີພຣະນາມເດີມວ່າ "ສິທທຣັຕຖະ" ເປັນພຣະລາດຊະໂອລົດ (ລູກ) ຂອງ"ພຣະເຈົ້າສຸທໂທທະນະ" ເປັນກະສັດປົກຄອງກຸງກະບີນຣະພັສ, ແຄ້ນສັກກະ  ເຊີ່ງໃນປັດຈຸບັນຕັ້ງຢູ່ທາງພາກໄຕ້ຂອງປະເທດເນປານ,   ພຣະລາດຊະມານດາຊົງພະນາມວ່າ " ພະນາງສີຣິມະຫາມາຍາ" ເຊີ່ງເປັນທິດາຂອງກະສັດຣາສະກູນໂກຣິຍາວົງ ແຫ່ງກຸງເທວະຫະ, ແຄ້ນໂກຣິຍະ.

🔺🔺🔺 ເຈົ້າຊາຍສິທັຕຖະ ປະສູດເມືອ 80 ປີກ່ອນພຸດທະສັກກະຣາຊ, ໃນວັນເພັງ ຂື້ນ 15ຄໍ່າ, ເດືອນ 6 ຢູ່ທີ່ສວນລຸ່ມພີນີ້ໄຕ້ຕົ້ນສາລະ ເຊີ່ງຢູ່ໃນລະຫວ່າງເຂດແດນເມືອງກະບີນຣະພັສ ແລະ ເມືອງເທວະທຫະ(ປັດຈຸບັນຄື ບ້ານ ຣຸມມິນເດ ປະເທດເນປານ)

🔺🔺🔺 ຫຼັງຈາກປະສູດ (ເກີດ) ໄດ້ 7 ວັນ ພຣະນາງສິຣິມະຫາມາຍາກໍ່ໄດ້ສີ້ນພະຊົງລົງ, ຈື່ງມອບໃຫ້ ພຣະນາງ ປະຊາບໍດີ ໂຄຕະມີ ເປັນຜູ້ອຸປະຖາກຂອງພຣະນາງສິຣິມະຫາມາຍາ ເປັນຜູ້ດູແລ.

🔺🔺🔺  ພຣະບິດາ ບໍ່ຢາກໃຫ້ລູກຂອງຕົນເອງໄປບວດ ຈື່ງພາຍະຍາມໃຫ້ເຈົ້າຊາຍສິທັຕຖະພົບແຕ່ຄວາມສຸກທາງໂລກ ເຊັ່ນ, ສ້າງປະສາດ 3 ລະດູໃຫ້ເຈົ້າຊາຍຢູ່
            ເມື່ອໄດ້ອາຍຸ 16 ປີ ໄດ້ໃຫ້ເຈົ້າຊາຍແຕ່ງງານກັບພຣະນາງຢະໂສທາຣາ (ພິມພາ)
 ເມື່ອມີພະຊົນມາຍຸ 29 ປີ ພຣະນາງພິມພາໄດ້ປະສຸດລຸກຊືວ່າ ຣາຫຸນ
   ເມືອມີອາຍຸ 29 ປີຈື່ງໄດ້ຂໍອະນຸຍາດບິດາເພື່ອອອກຊົມນອກນະຄອນ ແລະ ໄດ້ເຫັນ ຄົນທຸກ, ຄົນແກ່, ຄົນເຈັບ, ຄົນຕາຍ ຈື່ງໄດ້ພິຈາລະນາ ທັງຄິດ ແລະ ເປັນທຸກທີ່ເຫັນຄົນເຮົາມີການ ເກິດ, ແກ່, ເຈັບ, ຕາຍ ຈື່ງໄດ້ຕັດສິນໃຈອອກສະແຫວງຫາເສັ້ນທາງພົ້ນຈາກທຸກ
       ເມືອມີອາຍຸຮອດ 35 ປີ ໃນວັນເພັງ ຂື້ນ 15 ຄໍ່າ, ເດືອນ 6 ໃນເວລາໄກ້ຈະສະຫວ່າງຕອນເຊົ້າກໍ່ໄດ້ຕັດສະຮູ້ (ຮູ້ແຈ້ງເຫັນຈື່ງ) ຢູ່ທີ່ ພຸດທະຄາຍາ ໄຕ້ຕົ້ນໂຟໃຊ່ເວລາໃນການບໍາເພັນຊອກຮູ້ສະແຫວງຫາ ເປັນເວລາ 6 ປີ





🔺🔺🔺 ປະຣິນີບພານ ຂື້ນ 15ຄໍ່າ ເດືອນ 6 ໄຕ້ຕົ້ນສາຣະ ເມືອງກຸສີນາຣາ, ແຄ້ນມັລລະ ມີພະຊົນມາຍຸ 80 ພັນສາ  ເທດສະໜາສັ່ງສອນຊາວໂລກເປັນເວລາ 45 ພັນສາ.


🔺🔺🔺 ຄວາມເປັນມາຂອງສາສະໜາໃນລາວ 🔺🔺🔺
                       ສາສະໜາໃນລາວນີ້ ເອີ່ນວ່າສາຍ ເຖລະວາດ  ກໍຄືຫິນະຍານໄດ້ນໍາມາຈາກປະເທດຂະເມນ(ກໍາປູເຈ້ຍ) ເຈົ້າຟ້າງຸ່ມ ມະຫາລາດ ເປັນຜູ້ໄປນິມົນເອົາມາໃນປີ 1357 ເປັນເວລາ 652 ປີທີ່ຜ່ານມາ ໄດ້ໄປຂໍນິມົນນໍາກະສັດຂອງຂະເມນ, ໃນສະໄໝນັ້ນກະສັດຂອງຂະເມນຊື້ວ່າ ເຈົ້າຊາຍວໍລະມັນທີ6 ເພີ່ນຈື່ງໄດ້ອະນຸຍາດໂດຍແຕ່ງໃຫ້ ຍາທ່ານມະຫາ ປັລຊະໝັ້ນ ພ້ອມຄະນະພະສົງ 20 ກ່ວາອົງ ແລະ ນັກປາສ, ລາດຊະຄູ ທີ່ຈົບພະໄຕປີດົກ 3 ຄົນ ພ້ອມດ້ວຍນັກກໍ່ສ້າງວັດວາສາສະໜາຈໍານວນຫຼາຍຄົນ
➤➤➤➤➤ ສາເຫດ
                       ໃນສະໄໝນັ້ນເຈົ້າຟ້າງຸ່ມເປັນລຸກຂອງ ຂຸນທີຟ້າ ຫຼື ເຈົ້າຟ້າງ່ຽມ ໃນເມືອງຊຽງທອງ, ເຈົ້າຟ້າງ່ຽມ ໄດ້ສົ່ງລູກຊາຍຂອງຕົນເອງໄປສືກສາຢູ່ທີ່ປະເທດຂະເມນ  ກະສັດຂອງຂະເມນທີ່ຮັບເອົາເຈົ້າຟ້າງຸ່ມສິດສອນໃນສະໄໝນັ້ນຊື່ວ່າ ເຈົ້າຊາຍວໍລະມັນທີ6  ເຈົ້າຟ້າງຸ່ມ ມະຫາລາດ ໄດ້ສືກສາເລົ່າຮຽນຈົນຈົບຫຼັກສູດພ້ອມທັງວິຊາອາຄົມ  ເມືອກະສັດຂະເມນໄດ້ເຫັນຄວາມຮູ້ຄວາມສະຫຼາດຂອງເຈົ້າຟ້າງຸ່ມ  ກໍເລີຍຍົກລູກສາວໃຫ້ແຕ່ງງານ ຊື່ວ່າ ພະນາງແກ້ວແກ້ງຍາງ  ຫັງຈາກນັ້ນກໍ່ຂໍລາກະສັດຂະເມນເພື່ອນມາກອບກູ້ດິນແດນ ອານາຈັກລາວລ້ານຊ້າງ ທັງສອງກໍພາກັນມາທີ່ນະຄອນຫຼວງພະບາງ ຄົນລາວໃນສະໄໝ່ນັ້ນແມ່ນພາກັນນັບຖືຜີ, ເຮັດໃຫ້ພະນາງແກ້ວແກ້ງຍາງ ໂຊກເຊົ່າທີ່ບໍ່ໄດ້ທໍາບຸນ  ກໍເລີຍໄປນິມົນເອົາຄູບາອາຈານມາແຕ່ຂະເມນເພື່ອມາສັ່ງສອນ ເຜີຍແຜ່ສີນລະທໍາ.

No comments:

Post a Comment