Sunday, March 24, 2019

ຂະບວນເຝິກຫັດຈາກວິທະຍາໄລສົງອົງຕື້ລຸ້ນທີ 20 ສາຍບ້ານເກິນ




➤➤➤➤➤ ເຊີນທຸກທ່ານທຸກອົງມາຟັງການບັນຍາຍຄວາມເປັນມາສາສະໜາ, ການຂາບໄຫ່ວ, ສາລະພັນບຸນຄຸນພໍ່ແມ່, ທານ, ສິນ, ພາວະນາ, ແສງທຽນແສງທັມ ຂອງຂະບວນເຝິກຫັດຈາກວິທະຍາໄລສົງອົງຕື້ ລຸ້ນທີ 20 ໃນວັນທີ 26, ມີນາ, ຄ.ສ 2019 ໂດຍຈະມີພຣະອາຈານຫຼາຍອົງເປັນຜູ້ໃຫ້ຄວາມຮູ້ ຮັບໜ້າທີ່ມີດັ່ງນີ້
ເຊິ່ງຈັດຂື້ນຢູ່ທີ່ ໂຮງຮຽນ ມ.ສ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ

1. ພຣະອາຈານ ສາຍສະໄໝ ໄຊຍະສານ & ພຣະອາຈານ ຄໍາພຸດ ໄຊຍະພອນ  ເປັນພິທີກອນ
2. ພຣະ ທຽນທອງ ສີສຸກ &ພຣະ ພູເງີນ ພອນສະຫວັນ & ພຣະ ບົນ ສົນທິລາດ & ພຣະ ພຸດທະວົງ ສິງວົງສາ& ພຣະ ສັນທະນີ ສະຫວັນດວງຈິດ ເປັນສາສະໜາກິດ ຂາບໄຫ່ວ, ສູດສາລະພັນບຸນຄຸນພໍ່ແມ່, ບຸນຄຸນຄູ, ສິງເສບຕິດ
3. ພຣະອາຈານ ປີໃໝ່ ສັນຕິພາບ ເປັນອົງບັນຍາຍ ຄວາມເປັນມາຂອງພຸດທະສາສະໜາ
4. ພຣະອານຈານ ສຸກັນ ຈັນທະຄໍາ  ເປັນອົງບັນຍາຍ ທານ, ສິນ, ພາວະນາ
5. ພຣະອາຈານ ລິບ ຫຼຽນມະນີ & ພຣະອາຈານ ດວງໃຈ ຄໍາເກິ່ງ  ເທດບັນຍາຍ ແສງທໍາແສງທຽນ


                                                                     Pimai P. SANTIPHARP.

No comments:

Post a Comment