Friday, October 30, 2020

ບັນທຶກ ອພສ ເມືອງນາກາຍ ປີ2020-2025

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ



ບັນທຶກການເຮັດວຽກຂອງພຣະຄຣູບາ ປີໃໝ່ ສັນຕິພາບ

1.ວັນຈັນ ວັນທີ19.10.2020ພຣະຄຣູບາ ປີໃໝ່ ສັນຕິພາບ
 ໄດ້ຍ້າຍຈາກວັດຈອມທອງ ເມືອງທ່າແຂກ ມາປະຈໍາການ
ຢູ່ເມືອງນາກາຍ ແຂວງຄໍາມ່ວນ
2.ວັນທີ23.10.2020ໄດ້ປະຊຸມຄົບຄະນະພຣະສົງທົ່ວເມືອງນາກາຍ
ພ້ອມຈັດຕັ້ງໂຄງຮ່າງການຈັດຕັ້ງ,ແຕ່ງຕັ້ງພຣະສົງຜູ້ມີຄວາມຮູ້ຄວາມສາມາດເຂົ້າໃນການເຮັດວຽກໃນຫ້ອງການ ແລະ ແກ້ໄຂບັນຫາຂໍ້ຂັດແຍງຕ່າງໆຫຼາຍບັນຫາ ໃຫ້ພຣະສົງທົ່ວເມືອງສະແດງຄວາມຄິດເຫັນຕ່າງໆ 
ແລະໄດ້ໄປສູດມຸງຄຸນໃນງານຜ່າປ່າສາມັກຄີທົວເມືອງນາກາຍ
3.ວັນທີ24.10.2020ໄດ້ນຳພາຂະບວນຜ່າປ່າມາຖວາຍ 
ທີ່ວັດສີບຸນເຮືອງ ບ້ານອຸດົມສຸກ
4.ວັນທີ27.10.2020ປະຊຸມຄົບຄະນະ ເຫັນດີສ້າງຫ້ອງການ ອພສ ເມືອງ
ພ້ອມທັງເຫັນດີສ້າງມູນນິທິຊ່ວຍເຫຼືອພຣະສົງບໍ່ສະບາຍ,ບາດເຈັດ,ຜ່າຕັດ,ກໍລະນີິຫົວຕິດໝອນ,ນອນຕິດເສື້ອ ເຫັນດີໃຫ້ເກັບເງີນເພື່ອເປັນເງີນຄັງຊ່ວຍເຫຼືອພຣະສົງ ອົງລະ 50,000ກີບ ຕໍ່ອົງຕໍ່ເດືອນ
5.ວັນທີ30.10.2020ໄດ້ຂຽນໂຄງຮ່າງການຈັດຕັ້ງ,ສະຖິຕິ ປກສ 
ເກັບກໍາເບີໂທພຣະສົງທົ່ວເມືອງ ແລະ ເອກະສານຕ່າງໆ