Saturday, September 29, 2018
ໃຊ້ເງີນຢ່າງມີຄຸນຄ່າ
➤➤➤➤➤➤➤ຄົນບາງຄົນກໍ່ໃຊ້ເງີນຝຸ່ມເຟືອຍ ແລະ ບາງຄົນກໍ່ໃຊ້ເງີນຢ່າງມີຄຸນຄ່າ ຂື້ນກັບຄວາມຄິດເຂົາເອງ
➦➦➦ ສຳລັບຂ້ອຍແລ້ວ ຂ້ອຍເລືອກໃຊ້ເງີນຢ່າງມີຄຸນຄ່າ...
ໝູ່ເພື່ອນຂອງຂ້ອຍແຕ່ລະຄົນຕ່າງກໍ່ເວົ້າສຽງດຽວກັນໝົດວ່າ ຂ້ອຍເປັນຄົນຂີ້ໜຽວ,ປະຍັດ,ໃຈປາຊີວ...
➽➽➽ ກ່ອນຂ້ອຍຈະໃຊ້ເງີນນັ້ນ ຂ້ອຍຕ້ອງຄຳນວນໃຫ້ດີເສຍກ່ອນ ວ່າ ຂ້ອຍຈະຊື້ຫຍັງ? ແລະ ເປັນປະໂຫຍດ
ມີຄຸນຄ່າຕໍ່ຂ້ອຍຢ່າງໃດ ຂາດມັນໄປໄດ້ຫຼືບໍ ຂ້ອຍຕ້ອງຄຳນວນ ເພາະວ່າຂ້ອຍເປັນລູກຊາວໄຮ່ນາ ຂ້ອຍຈະຊື້ຫຍັງຕ້ອງລະນືກເຖີ່ງ ພໍ່ແມ່,ພໍ່ເຖົ່າແມ່ເຖົ່າ ແລະ ຊາວບ້ານທີ່ທຸກຢາກຂາດເຂີນ ວ່າ ພວກເຂົາກີນອາຫານຫຍັງ?
⤇⤇⤇ ສຳລັບຄອບຄົວທາງພໍ່ແມ່ຂ້ອຍ ມີເງີນ 20 ພັນກີບ ກໍ່ສາມາດຊື້ປາ ມາປົ່ນໃສ່ກັບໝາກເຂືອແຄມເຮືອນກໍ່ສາມາດອື່ມແລ້ວທັງ2ຄາບ ແລະ ເຄືອງໃຊ້ແຄມເຮືອນກໍ່ຕ້ອງປູກເອງ ບໍ່ວ່າຈະເປັນ ໝາກເຂືອ,ໝາກແຂງ,ໝາກເຜັດ,ຜັກຫອມຕ່າງໆ...ກໍ່ປູກເອງ ພ້ອມທັງບໍ່ມີສານຜິດ
➧➧➧➧➧➧➧➧ ດັ່ງນັ້ນແລ້ວ ກ່ອນຂ້ອຍຈະຊື້ຫຍັງ ກໍ່ຕ້ອງຄຳນວນເຖີງພໍແມ່ຊາວບ້ານກ່ອນ
ເງີນເລັກໆນ້ອຍໆກໍ່ມີຄຸນຄ່າ ເພາະວ່າ ຂ້ອຍເປັນລູກຊາວນາໝາເຕົ່າ...........
Pimai P. SANTIPHARB.
Thursday, September 27, 2018
ໃນສັງຄົມປັດຈຸບັນນີ້ ສ່ວນຫຼາຍບາງຄົນເຊື່ອວ່າ ປາໃຫ່ຍ ກີນ ປານ້ອຍ ຂ້ອຍວ່າ ອາດຈະບໍ່ເປັນຕາມທີ່ຄິດ
➤➤➤➤➤➤➤ ຂ້ອຍຄົນໜື່ງທີ່ບໍ່ເຊື່ອ ຄວາມຍີ່ງໃຫ່ຍຈະໃຫ່ຍ ແລະ ເກັ່ງສົມຊື່ ກົງກັນຂ້າມ ຂ້ອຍເຊື່ອວ່າ ປາທີ່ລອຍນ້ຳໄວກ່ວາ ຈະກີນປາໂຕໂຊກຊື່ມ ແລະ ຂ້ອຍເຊື່ອວ່າ ປາໂຕໃຫ່ຍຈະເສຍປ່ຽບ ເພາະວ່າໂດຍທຳມະຊາດແລ້ວ ປາໂຕໃຫ່ຍເປັນພວກສຸຂະນິຍົມ ບໍ່ຄ່ອຍມັກການປ່ຽນແປງ ກະທຳແຕ່ຮູບແບບເກົ່າ ມັນງ່າຍດີ
➧➧➧➧➧➧➧ ປາໂຕນ້ອຍ ຈະຕ້ອງກີນປາໂຕໃຫ່ຍໄດ້ ກໍ່ຕ້ອງມີຄວາມຄິດເລີ່ມໃຫ່ມໆ ມີຄວາມຄິດໄວຕໍ່ການປ່ຽນແປງ ຄິດແລ້ວລົງມື້ກະທຳໃນສີ່ງທີ່ຕົນເອງຕ້ອງການ
➥➥➥➥ ເຊັ່ນດຽວກັບໃນປັດຈຸບັນນີ້ ລະຫ່ວາງ ຄົນແກ່ກັບຄົນໜຸ່ມແຕ່ຖ້າ ສູ້ຄົນມີການພັດທະນາ ກໍ່ຈະເກັ່ງ...
🔺🔺🔺🔺🔺ຜູ້ຄົນທີ່ໄດ້ປ່ຽບທີ່ສຸດ ກໍ່ຄືຄົນທີ່ມີຄວາມຄິດແບບບໍ່ຢູ່ນີ້ງ ພັດທະນາໃນສີ່ງທີ່ຕົນເອງມັກທຸກຄົນມີຄວາມມັກຕ່າງກັນ ບາງຄົນກໍ່ຮູ່ຕົນເອງແລ້ວ ຄືກັບດອກບົວທີ່ບານເປັ່ງປະກາຍແລ້ວ ຍ່ອມສົດໃສ......
Pimai P. Santipharp.
Monday, September 24, 2018
ຂ້ອຍຄິດຮອດແມ່ ສະເໜີ....
➤➤➤➤➤➤➤ ຕະຫຼອດເວລາ ຂ້ອຍຄິດຮອດແມ່ ສະເໜີ ນັບຕັ້ງແຕ່ ແມ່ຂອງຂ້ອຍ
ຈາກໄປ ໂດຍບໍ່ມີວັນຫວນຄືນມາອີກແລ້ວ 27,4,ຄ.ສ 2818, ເຫດການໃນຕອນນັ້ນ ໄດ້ເຮັດໃຫ້ຂ້ອຍ
ຮູ້ວ່າ ຄວາມຕາຍເກີດມີແກ່ແມ່ຂອງຂ້ອຍແລ້ວ ແລະ ອີກຫຼາຍປີຕໍ່ໄປຄວາມຕາຍນີ້ອາດຈະເກີດມີ
ແກ້ຂ້ອຍອີກກໍ່ເປັນໄດ້
ສຸດແສນທີ່ຈະໂສກເສົ່າ ສະອື້ນຫົວໃຈ ເຖີ່ງນ້ຳຕາຊິບໍ່ໄຫຼ ແຕ່ຄວາມຮູ້ສືກຢູ່ໃນໃຈນັ້ນ
ມັນໄດ້ສອນໃຫ້ຂ້ອຍຮູ້ວ່າ ບໍຢາກກີນເຂົ້າປາອາຫານ, ຮູ້ສືກເບື່ອ ແນມໄປບໍລິເວນອ້ອມຂ້າງ
ມັນມີແຕ່ຄວາມເວີ້ງວ້າງ ແລະ ສອນໃຫ້ຂ້ອຍຮູ້ວ່າ ຈົ່ງໃຊ້ຊີວິດໃຫ້ດີໆ ບໍ່ຄວນປະມາດ
ນັບຕັ້ງແຕ່ນັ້ນມາ ຄວາມຕ້ອງການສີ່ງຕ່າງໆມັນກໍ່ເລີ່ມຈ່າງຫາຍ ແລະ ຟັ່ງທະລາຍມ່າງ
ໃນຈິດໃຈຂອງລູກກໍ່ໄດ້ແຕ່ຫວັງວ່າ ຢາກຈະໄປເທດສະໜາໃຫ້ແມ່ຟັ່ງ
ແຕ່ກໍດີໃຈ ເດືອນກ່ອນທີ່ລູກໄດ້ມາຢາມ ລູກໄດ້ລ້າງຕີນໃຫ້ພໍ່ແມ່ ຂໍໂທດ ຂໍອະໄຟແລ້ວ ແລະ ຕອນແມ່
ເກີດອາການ ກໍ່ໄດ້ບອກແມ່ວ່າ ແມ່ດີແລ້ວໄປປະຕິບັດທຳ ນຳລູກນໍ,,,? ແມ່ຕອບວ່າ ແມ່ຄົງໄປບໍ່ໄດ້
ແລ້ວລູກເອີຍ,,,ຫຼັງຈາກນັ້ນ ລູກກໍ່ໄດ້ອານະໄມ ຮ່າງກາຍໃຫ້ແມ່ ອີກ 4-5 ວັນ ແມ່ກໍ່ຈາກໄປ .....
ຈິດໃຈ ແລະ ຄວາມຮູ້ສືກຂອງລູກ ມັນກໍ່ປ່ຽງໄປແລ້ວ...
ລູກໄດ້ແຕ່ຫວັງ ຢາກໄປເທດສະໜາໃຫ້ແມ່ຟັ່ງ.....
Pimai P. SANTIPHARB.
Subscribe to:
Posts (Atom)
-
➤➤➤➤➤➤➤ ສາສະໜາຄືຫຍັງ? ສາສະໜາຄືຄວາມເຊື່ອຖືຂອງມະນຸດ ອັນມີຫຼັກສະແດງ, ກໍາເນີ້ດ ແລະ ສີ້ນສຸດຂອງໂລກ, ເຊີ່ງໄດ້ບອກທາງໄປສູ້ຈຸດສູງສຸດຂອງຊີວ...
-
ຄໍາອາຣາທະນາເທດ. ພົມມາ ຈະ ໂລກາທິປະຕິ ສະຫໍາປະຕິ ກັດອັນຊະລີ ອັນທິວະຣັງ ອະຍາຈະຖະ ສັນຕິທະ ສັດຕາບປະຣະຊັກຂະຊາຕິກາ ເທເສຕຸ ທໍາມັງ ອະນຸກໍາປິມັ...
-
1. ປະເທດບູຣໄນ (Brunei). ຊື່ເມືອງຫຼວງ: ບັນດານ ເສຣີ ເບກາວັນ. ພາສາ: ພາສາມາເລ່ຍ ເປັນພາສາທາງການ. ຮອງມາແມ່ນຈີນ ແລະ ອັງກ...