Monday, September 24, 2018

ຂ້ອຍຄິດຮອດແມ່ ສະເໜີ....

 
    ➤➤➤➤➤➤➤ ຕະຫຼອດເວລາ ຂ້ອຍຄິດຮອດແມ່ ສະເໜີ  ນັບຕັ້ງແຕ່ ແມ່ຂອງຂ້ອຍ
           ຈາກໄປ ໂດຍບໍ່ມີວັນຫວນຄືນມາອີກແລ້ວ 27,4,ຄ.ສ 2818, ເຫດການໃນຕອນນັ້ນ ໄດ້ເຮັດໃຫ້ຂ້ອຍ
        ຮູ້ວ່າ ຄວາມຕາຍເກີດມີແກ່ແມ່ຂອງຂ້ອຍແລ້ວ ແລະ ອີກຫຼາຍປີຕໍ່ໄປຄວາມຕາຍນີ້ອາດຈະເກີດມີ
       ແກ້ຂ້ອຍອີກກໍ່ເປັນໄດ້ 
             ສຸດແສນທີ່ຈະໂສກເສົ່າ ສະອື້ນຫົວໃຈ ເຖີ່ງນ້ຳຕາຊິບໍ່ໄຫຼ ແຕ່ຄວາມຮູ້ສືກຢູ່ໃນໃຈນັ້ນ
             ມັນໄດ້ສອນໃຫ້ຂ້ອຍຮູ້ວ່າ ບໍຢາກກີນເຂົ້າປາອາຫານ, ຮູ້ສືກເບື່ອ ແນມໄປບໍລິເວນອ້ອມຂ້າງ
        ມັນມີແຕ່ຄວາມເວີ້ງວ້າງ ແລະ ສອນໃຫ້ຂ້ອຍຮູ້ວ່າ ຈົ່ງໃຊ້ຊີວິດໃຫ້ດີໆ ບໍ່ຄວນປະມາດ
                 ນັບຕັ້ງແຕ່ນັ້ນມາ ຄວາມຕ້ອງການສີ່ງຕ່າງໆມັນກໍ່ເລີ່ມຈ່າງຫາຍ ແລະ ຟັ່ງທະລາຍມ່າງ
              ໃນຈິດໃຈຂອງລູກກໍ່ໄດ້ແຕ່ຫວັງວ່າ ຢາກຈະໄປເທດສະໜາໃຫ້ແມ່ຟັ່ງ
     ແຕ່ກໍດີໃຈ ເດືອນກ່ອນທີ່ລູກໄດ້ມາຢາມ ລູກໄດ້ລ້າງຕີນໃຫ້ພໍ່ແມ່ ຂໍໂທດ ຂໍອະໄຟແລ້ວ ແລະ ຕອນແມ່
     ເກີດອາການ ກໍ່ໄດ້ບອກແມ່ວ່າ  ແມ່ດີແລ້ວໄປປະຕິບັດທຳ ນຳລູກນໍ,,,? ແມ່ຕອບວ່າ ແມ່ຄົງໄປບໍ່ໄດ້
    ແລ້ວລູກເອີຍ,,,ຫຼັງຈາກນັ້ນ ລູກກໍ່ໄດ້ອານະໄມ ຮ່າງກາຍໃຫ້ແມ່ ອີກ 4-5 ວັນ ແມ່ກໍ່ຈາກໄປ .....
                                                ຈິດໃຈ ແລະ ຄວາມຮູ້ສືກຂອງລູກ ມັນກໍ່ປ່ຽງໄປແລ້ວ...
                                                          ລູກໄດ້ແຕ່ຫວັງ ຢາກໄປເທດສະໜາໃຫ້ແມ່ຟັ່ງ.....
                                       

                   
                                                           Pimai P. SANTIPHARB.





No comments:

Post a Comment