Wednesday, January 24, 2018

ສອບເສັງ ວິຊາ ICT. ພຣະ ຣາຫຸນເຖຣະ

➤ພຣະ ປີໃໝ່ ສັນຕິພາບ.


       ⏩ ພຣະ ຣາຫຸນເຖຣະ ເອຕະທັຄະໃນທາງຜູ່ໄຄໃນການສືກສາ.
                           ພຣະຣາຫຸນ ເປັນລູກຂອງເຈົ້າຊາຍ ສີດທັດຖະ ກັບ. ພຣະນາງ ຍະໂສທາຣາ ຫຼື ພີມພາ..
           ເປັນພຣະຣາຊະນັດດາ ຂອງພຣະເຈົ້າສຸດໂທທະນະ ຜູ້ຄອງນະຄອນກະບີນລະພັດ ເກີດວັນດຽວກັນ
       ກັບວັນພຣະບິດາອອກບວດ ດັ່ງນັ້ນທ່ານຈື່ງຈະເລີນພຣະພັນສາ ເຕີບໂຕຂື້ນມາ ໂດຍບໍ່ເຄີຍເຫັນ
      ພຣະບິດາເລີຍ ຈົນກະທັ້ງພຣະບໍລົມມະສາດສະດາໄດ້ຕັດສະຣູແລ້ວ ຈື່ງໄດ້ສະເດັດມາໂຟດພຣະຍາຍາດ
     ຕິພີ່ນ້ອງ ທີ່ເມືອງກະບິນລະພັດ ປະທັບຢູ່ທີ່ ນິໂຄຣາຣາມ ທີ່ຍາດຕິພີ່ນ້ອງສ້າງຖວາຍ ໃນຕອນເຊົ້າເວລາ
     ພໍປະມານປະຕິບັດພາລະກີດ ກໍສະເດັດເຂົ້າໄປບິນທະບາດ ໃນພະນະຄອນກະບີນລະພັດ ແລະ ໄດ້ສະແດງທຳ
     ໂຟດພຣະເຈົ້າສຸໂທທະນະຜູ້ເປັນບິດາຢູ່ໃນລະຫວ່າງຫົນທາງ ແລະ ຜູ້ເປັນບິດາໄດ້ບັນລຸຢູ່ໃນຂັ້ນ ພຣະໂສດາບັນ
            ໃນວັນທີ່ 2 ກໍໄດ້ສະເດັດເຂົ້າໄປບີນທະບາດໃນພຣະລາດຊະວັງ ແລະ ໄດ້ສະແດງທຳໂຟດພຣະບິດາ ແລະ
        ພຣະນາງ ມະຫາປະຊາຕິໂຄຕະມິ ເມື່ອຈົບພຣະທຳມະເທສະໜາ ຜູ້ເປັນບິດາໄດ້ບັນລຸຢູ່ໃນ ພຣະສົກທາຄະມິ
        ສ່ວນນາງມະຫາປະຊາໂຄຕະມິ ໄດ້ບັນລຸຢູ່ໃນຂັ້ນ ພຣະໂສດາບັນ ເປັນທີ່ໜ້າສັງເກດວ່າ ເຖີ່ງແມ້ວ່າພຣະອົງ
       ຈະສະເດັດເຂົ້າໄປຮັບອາຫານບິນທະບາດ ໃນພະລາດຊະວັງເຖີງ 2 ຄັ້ງແລ້ວກໍ່ຕາມ ແຕ່ພຣະນາງພີມພາ ແລະ
       ພຣະຣາຫຸນຜູ້ເປັນລູກ ກໍ່ບໍ່ໄດ້ມາເຜົ່າພຣະພຸດທະອົງເລີຍ.
⏩ ພຣະຣາຫຸນກຸມມານຂໍສັບສົມບັດ.
          ລ່ວງໄປເຖີງວັນທີ່ 3 ຂອງການສະເດັດເຂົ້າໄປຢ່ຽມຢາມພະນະຄອນກະບີນລະພັດ ພຣະນາງພີມພາຣາຊະເທວີ
       ກໍປະທັບຕົກແຕ່ງພຣະຣາຫຸນກຸມມານຣາຊະໂອຣົດ ດ້ວຍອາການອັນວິຈິດແລ້ວເວົ້າວ່າ..ພໍຂອງຣາຫຸນລູກ
      ລູກຈົງໄປເບີ່ງພຣະສາມະນະ ຜູ້ທີ່ມີຜີວພັນຜ່ອງໃສ ຮູບງາມ  ທ່ານທ້າວມະຫາພຣົມ ແວດລ້ອມດ້ວຍ
     ພຣະສົງສາວົກເປັນຈຳນວນຫຼວງຫຼາຍ ພຣະສາມະນະອົງນີ້ຄືບິດາຂອງເຈົ້າ ພຣະອົງມີສັບສົມບັດອັນມະຫາສານ
     ຈົນສຸດຈະພັນລະນາໄດ້ ນັບແຕ່ບິດາຂອງເຈົ້າອອກບວດ ກໍໝົດຫວັງໃນຣາຊະສົມບັດ ເຈົ້າຈົ່ງໄປກາບໄຫ່ວ
    ພຣະບິດາ ແລະ ກາບທູນຂໍສັບສົມບັດນັ້ນ ໃນຖານະເປັນຍາດ ເພື່ອສືບລາດຊະວັງຕໍ່ພຣະອົງເທີນ....
               ພຣະຣາຫຸນກຸມມານກໍສະເດັດເຂົ້າໄປເຜົ່າພຣະຜູ້ມີພຣະພາກເຈົ້າ ຕາມທີ່ມານດາບອກກ່າວ ຖວາຍ
           ບັງຄົມແລ້ວ ພຣະຣາຫຸນບັງເກີດຄວາມຮັກໃນພຣະບິດາ ແລະ ໄດ້ຊົມວ່າ ຮົ່ມເງົາຂອງພຣະອົງເຢັນສົດຊື່ນ
       ພຣະອົງສົດໃສສຸດປະມານ ດັ່ງນີ້ແລ້ວກໍເວົ້າເລືອງອື້ນຕໍ່ ໂດຍບໍ່ໄດ້ກາບທູນຂໍສັບສີນ ພຣະພຸດທະອົງຊົງກະທຳ
     ພາລະກີດແລ້ວ ໄດ້ສອນການໂມທະນາ ແລະ ໄດ້ສະເດັດກັບສູ່ ນິໂຄຣາຣາມ ສ່ວນຣາຫຸນກຸ່ມມານກໍສະເດັດ
    ຕິດຕາມໄປຈົນເຖີ່ງອາວາດ ແລ້ວຈື່ງກາບທູນຂໍສັບສົມບັດ ອັນເປັນທີ່ຍາດເພື່ອສືບລາດຊະວົງ.
⏩ພຣະຣາຊະທານອະນຸມັດສັບ..
          ພຣະບໍລົມມະສາສະດາ ໄດ້ລົງອະນຸມັດຢ່າງນັ້ນແລ້ວ ໄດ້ຊົງຕຳນິວ່າ..ຣາຫຸນກຸມມານປາຖະໜາເອົາຊັບ
     ອັນເປັນຂອງບິດາ ຖ້າຕະຖາຄົດໃຫ້ເງີນທອງແກ່ເຈົ້າແລ້ວ ກໍຈະເປັນສິ່ງທີ່ວຽນວາຍຕາຍເກີດໃນວັດຕະສົງສານ
    ດ້ວຍເປັນສີ່ງຫາສາຣະນະຈັກນ່ອຍໜື່ງກໍ່ບໍ່ໄດ້ ເຮົາຈະມອບອະຣິຍະສັບອັນເປັນສີ່ງທີ່ປະເສີດທີ່ສຸດໃນພຸດທະສາສະ
    ໜານີ້ ໃຫ້ແກ່ເຈົ້າ ເຊີ່ງຈະເຮັດໃຫ້ເຈົ້າເປັນທາຍາດສືບກຸສົນໃນພຸດທະລາດຊະວົງຕໍ່ໄປ..
           ແລ້ວຈື່ງໄດ້ຈັດການບັນພະຊາໃຫ້ແກ່ຣາຫຸນກຸມມານໃນວັນນັ້ນ ດ້ວຍວິທີໃຫ້ຮັບໄຕຼສະຣະນະຄົມ
       ແລະ ສາມະເນນຣາຫຸນໄດ້ຊື່ວ່າເປັນສາມະເນນອົງທຳອິດໃນພຣະພຸດທະສາສະໜາ..
⏩ພະເຈົ້າສຸດໂທທະນະຂໍພອນ..
     ພະເຈົ້າສຸດໂທທະນະເມື່ອໄດ້ຮູ້ວ່າ ພຣະຣາຫຸນກຸມມານໄດ້ບັນພະຊາແລ້ວ ຈື່ງມີຄວາມຕົກພະໄທເສຍໃຈຫຼາຍ
   ແຕ່ທຳອິດຫວັງວ່າ ເມື່ອພຣະຣາຊະໂອຣົດສິດຖັດທະອອກບວດແລ້ວ ກໍຫວັງຈະໄດ້ນັນທະກຸມມານສືບທາຍາດ
  ລາດຊະວົງຕໍ່ໄປ ແຕ່ພຣະບໍ່ລົມມະສາສະດາກໍ່ໄດ້ພານັນທະກຸມມານອອກບວດ ເຮັດໃຫ້ພຣະເຈົ້າສຸດໂທທະນະ
  ຜິດຫວັງເປັນຄັ້ງທີ່ 2  ຈື່ງໝົດສິ້ນຜູ້ສືບຣາຊະທາຍາດ ແລະ ໄດ້ຕຳນິອີກ ວ່າ ຖ້າປ່ອຍໄວ້ຢ່າງນີ້ອີກ ບໍ່ດົນ
  ບັນດາກຸມມານໃນຕະກູນກໍນຳໄປບວດຈົນໝົດສີ້ນ ອີກຢ່າງ ຄວາມທຸກຢ່າງນີ້ ກໍຈະບັງເກີດແກ່ ບິດາ ມານດາໃນ
  ຕະກູນອື້ນໆ ດ້ວຍເຫດນີ້ຈື່ງໄດ້ສະເດັດເຂົ້າໄປເຜົ່າພຣະຜູ່ມີພຣະຜາກເຈົ້າ ຢູ່ທີ່ ນີໂຄຣາຣາມ ກາບແລ້ວ
  ຂໍປະທານພຣະພຸດທະອະນຸມັດວ່າ ..ຂ້າແຕ່ພຣະອົງຜູ້ຈະເລີນ ນັບແຕ່ນີ້ຕໍ່ໄປ ຖ້າກຸນລະບຸດຜູ້ໄດ ປະສົງຈະບວດ
  ໃນພຣະພຸດທະສາສະໜາ ຫາກບິດາ ມານດາ ຍັງບໍ່ຍອມພ້ອມໃຈກັນອະນຸມັດໃຫ້ບວດ ຂໍພຣະອົງຈົງ
    ງົດເວັ້ນ ຢ່າໄດບັນພະຊາແກ່ກຸນລະບຸດຜູ້ນັ້ນເລີຍ..
            ພຣະບໍລົມມະສາສະດາປະທານພອນ ຕາມທີ່ພຣະບິດາຂໍແລ້ວຖວາຍພະພອນ ແລະ ພາສາມະເນນ
    ແລະ ໝູ່ພຣະພິກຂຸສົງສະເດັດເຂົ້າໄປສູ້ ມະຫານະຄອນຣາຊະຄຶ່ ເມື່ອຣາຫຸນກຸມມານ ບັນພະຊາສາມະເນນແລ້ວ
   ຕາມສະເດັດພຣະບໍລົມມະສາສະດາ ແລະ ພຣະສາລີບຸດຜູ້ເປັນອຸປະຊາຂອງຕົນ ໄປສະຖານທີ່ຕ່າງໆ 
    ເມື່ອອາຍຸຄົບກໍໄດ້ບັນພະຊາເປັນພຣະພິກຂຸ ວັນໜື່ງໃນຂະນະພຣະຣາຫຸນປະທັບຢູ່ທີ່ສວນໝາກມ່ວງ
    ໃນເມືອງຣາຊະຄຶ່ ພຣະບໍລົມມະສາສະດາກໍ່ສະເດັດໄປທີ່ນັ້ນ ໄດ້ສະແດງທຳມະເທສະໜາ ລາຫຸໂລວະທະສຸດ
   ໃຫ້ທ່ານຟັງ ຫຼັງຈາກນັ້ນ ໄດສອນໃນທາງວິປັດຊະນາ ພາຍໃນ ແລະ ພາຍນອກ ຂື້ນສະແດງແກ່ພຣະຣາຫຸນ
   ແລະ ສົ່ງຈິດໄປຕາມພຣະທຳມະເທສະໜາ ກໍ່ໄດ້ບັນລຸເປັນພຣະ ອາຣະຫັນ..
⏩ພຣະຣາຫຸນໄດ້ຮັບຍົກຍ້ອງເປັນຜູ່ໄຄໃນການສືກສາ..
       ພຣະຣາຫຸນເປັນຜູ້ມີອັດຕະຍະໃສ ໄຄຕໍ່ການສືກສາພຣະທຳວິໃນ ທຸກວັນທີ່ທ່ານຕື່ນຂື້ນມາເວລາຕອນເຊົ້າ
    ແລະ ໄດ້ຕັ້ງຄວາມປາຖະໜາວ່າ ວັນນີ້ຂ່າພຣະເຈົ້າໄດ້ຮັບຄຳສັ່ງສອນ ຈາກສຳນັກ ພຣະບໍລົມມະສາສະດາ
   ສຳນັກອຸປະຊາ ແລະ ສຳນັກອາຈານທັງຫຼາຍ ໃຫ້ໄດ້ເທົາເມັດທຣາຍໃນກຳມືຂອງຂ້າພຣະເຈົ້າໃນແຕ່ລະວັນ
      ດ້ວຍເຫດນີ້ທ່ານຈື່ງໄດ້ຮັບການຍົກຍ້ອງຈາກພຣະບໍລົມມະສາສະດາ ໃຫ້ດຳລົງຕຳແໜ່ງ ເປັນ ເອຕະທັດຄະ
  ເປັນຜູ້ເລີດກວ່າພິກຂຸທັງຫຼາຍ ໃນທາງຜູ້ໄຄໃນການສືກສາ..
⏩ເປັນຕົ້ນບັນຍັດຫ້າມພຣະພິກຂຸນອນຮ່ວມກັນ..
     ໃນຂະນະເມື່ອທ່ານຍັງເປັນສາມະເນນນ້ອຍໆຢູ່ນັ້ນ ທ່ານເປັນຜູ້ວ່າງ່າຍສອນງ່າຍ ຈົນເປັນທີ່ເລື່ອງລື
   ໃນໝູ່ພຣະພິກຂຸທັງຫຼາຍ ຄັ້ງນັ້ນພຸດທະບໍລິສັດທັງຫຼາຍ ມາຟັງທຳຍາມຄ່ຳຄືນ ໂດຍມີພຣະເຖລະມາພັດປ່ຽນກັນ
  ສະແດງທຳ ເມື່ອສີ້ນສຸດການສະແດງທຳແລ້ວ ພຣະເຖຣະ ຕ່າງກໍພາກັນກັບທີ່ພັກຂອງຕົນ ສ່ວນພຣະພິກຂຸ
  ຜູ້ບວດໃໝ່ ແລະ ສາມະເນນ ແລະ ອຸປະສົກ ທີ່ບໍ່ສາມາດຈະກັບທີ່ພັກໄດ້ເພາະຄ່ຳມື້ດ ຈື່ງໄດ້ອາໃສນອນທີ່ໂຮງທຳ
  ເນື່ອງຈາກເປັນພຣະບວດໃຫ່ມຈື່ງບໍທັນໄດ້ສັງລວມໃນການນອນ ເຮັດໃຫ້ເກີດພາບທີ່ບໍ່ໜ່າຈະເບີ່ງ ໃນຕອນເຊົ້າ
  ອຸປະສົກທັງຫຼາຍພາກັນຕຳນິໄປເຖີງ ພຣະພຸດທະເຈົ້າ ຈື່ງໄດ້ສັ່ງປະຊຸມສົງ ແລະ ໄດ້ບັນຍັດສິກຂາບົດຂື້ນມາ
  ຫ້າມພຣະພິກຂຸນອນຮ່ວມກັນໃນທີ່ແຈ້ງຫຼືທີ່ມ້ືດ ຖ້ານອນຮ່ວມກັນຕ້ອງອາບັດປາຈິດຕີ ແລະ ໃນຄື່ນຕໍ່ມາ
  ສາມະເນນບໍ່ສາມາດນອນຮ່ວມພຣະພິກຂຸໄດ້ ເມື່ອບໍ່ມີທີ່ນອນ ຈື່ງໄປນອນຢູ່ໃນ ສ້ວມ ຂອງພຣະພຸດທະເຈົ້າ
  ເວລາໄກ້ແຈ້ງພຣະພຸດທະອົງສະເດັດໄປພົບເຈົ້າຢູ່ທີ່ນັ້ນ ແລະ ຮູ້ວ່າເພາະເຈົ້າບໍ່ມີທີ່ນອນ ອັນເນື່ອງຈາກພຸດທະ
  ບັນຍັດ ເຮັດໃຫ້ພຣະອົງຕົກພະໄທເສຍໃຈ ແລະ ຕຳນິຕໍໄປພາຍໜ້າ ສາມະເນນນ້ອຍໆຈະໄດ້ຮັບຄວາມລຳບາກ
  ເພາະຂາດຜູ້ດູແລເອົາໃຈໃສ່ ຈື່ງໄດ້ສັ່ງປະຊຸມສົງ ບັນຍັດສິກຂາບົດເພີ່ມເຕີມອີກ.. ໃຫ້ພີກຂຸນອນຮ່ວມກັນໄດ້ 3ຄືນ
  ຖ້າເກີນ 3 ຄືນ ພຣະພິກຂຸຕ້ອງອາບັດປາຈິດຕີ ໃນຄືນ 4 ໃຫ້ເວັ້ນເສຍ 1 ຄືນແລ້ວຄ່ອຍມານອນຮ່ວມກັນໃໝ່ໄດ້
  ຈົນກ່ວາຈະແຍກຈາກກັນໄປນອນບ່ອນໃໝ່ເປັນຖາວອນ
      ທ່ານພຣະຣາຫຸນ ໂດຍດຳລົງສັງຂານ ສົມຄວນແກ່ເວລາແລ້ວກໍດັບຂັນປະຣິນີບພານ ທ່ານມີອາຍຸບໍ່ຫຼາຍ
   ເພາະທ່ານນີບພານກ່ອນພຮະພຸດທະອົງຜູ້ເປັນບິດາ ກ່ອນພຣະສາລີບຸດຜູ້ເປັນອຸປັດຊາ ກ່ອນພຣະມະຫາໂມກ
  ຄະລານະຜູ້ເປັນອາຈານ...



No comments:

Post a Comment