Saturday, October 13, 2018

ພາຍະຍາມໃຫ້ຖືກທີ່ ດີໃຫ້ຖືກບ່ອນ...


➤➤➤➤➤➤➤ ເຖີງແມ້ວ່າເຈົ້າຈະພາຍະຍາມສ້ຳໃດກໍ່ຕາມໃນວຽກງານການດຳລົງຊີວິດຖ້າວ່າເຮົາກະທຳດຳລົງຊີວິດນັ້ນບໍ່ຖືກຕ້ອງ ມັນກໍ່ຄືບໍ່ຖືກຕ້ອງ
ຖ້າເຈົ້າຢູ່ບ່ອນທີທຸກໄຈ ບ່ອນມີລະບຽບ, ບ່ອນມີຄົນນິນທາເວົ້າຂັວນ, ບ່ອນຢູ່ຄັບແຄບບໍ່ສະອາດ ແລະ ບ່ອນທີ່ຄົ່ມຂູ່ພ້ອມມີວຽກເຮັດຕະຫຼອດ, ແລະ ບ່ອນທີ່ບໍ່ມີໂອກາດຮຽນມີແຕ່ວຽກ ຖ້າເຮັດບໍ່ຖືກໄຈເຈົ້ານາຍກໍ່ດ່າວ່າໃຫ້ ເຮັດໃຫ້ທຸກໄຈທໍລະມານ ເຖິ່ງຢູ່ທີ່ເດີມຊີວິດກໍ່ບໍ່ດີຂຶ້ນ ໃຫ້ຍ້າຍໄປບ່ອນທີ່ສະບາຍໄຈ, ບ່ອນທີ່ມີໂອກາດຮຽນສະດວກຕາມໄຈເຮົາ, ບໍ່ມີໃຜບ່ຽດບຽນເຮົາໃຫ້ຈີ່ໄວ້ວ່າ ແຜ່ນດິນກ້ວາງໃຫ່ຍ ທີ່ເກົ່ານໍ້າຕື້ນບໍ່ສາມາດລຽງມັງກອນໄດ້ ພຸ່ມໄມ້ມີໝາມໜາຍັງບໍ່ເໝາະສໍາລັບພະຍາຫົງຈະຢູ່ສະນັ້ນແລ້ວ ຢູ່ໃຫ້ຖືກທີ່ດີໃຫ້ຖືກບ່ອນ
ຕົວຢ່າງ. ເຈົ້າຕັ້ງເປົ້າໝາຍວ່າຈະເດີນທາງກັບບ້ານ ບັງເອີນເຈົ້າຫຼົງທາງຜິດເຂົ້າໄປໃນປ່າ ເຖີ່ງວ່າຈະເດີນເທົ່າໃດພົບແຕ່ພູຜາປ່າໄມ້ ກໍ່ເລີຍບໍ່ເຖີ່ງບ້ານ ບໍພົບຈຸດໝາຍ ເອີ້ນວ່າໄປບໍ່ຖຶ້ກທີ່

ຕົວຢ່າງ.ຈົ້າຕ້ອງການເປັນເສດຖີ ບັງເອີນເຈົ້າໄປຮຽນບໍລິຫານທຸລະກິດ ຈົບແລ້ວໄປເປັນລູກຈ້າງຫາເງີນໃຫ້ຄົນອື້ນແລ້ວມື້ໃດລະທີ່ເຈົ້າຈະເປັນເສດຖີ ຖ້າຢາກຮູ້ກໍ່ຕ້ອງໄປສືກສານຳຄົນທີ່ມັ່ງຄັງທີ່ເປັນເສດຖີ ວ່າເຂົາກະທຳຢ່າງໃດຈື່ງຈະໄດ້ເປັນເສດຖີ ພ້ອມປະຕິບັດ
ຕົວຢ່າງ. ເຈົ້າຕ້ອງການຈະປະຕິບັດທຳໃຫ້ເຂົ້າເຖີງພຣະນີບພານ ແຕ່ບັງເອີນເຈົ້າປະຕິບັດບໍ່ຖືກ ມັນກໍຍາກ ສະນັ້ນຖ້າຢາກເຂົ້າເຖີ່ງພຣະນີບພານກໍ່ຕ້ອງໄປສືກສາຄຳສອນຂອງພຣະພຸດທະເຈົ້າ ໜັງສືພຣະໄຕປີດົກ ແລະ ສືກສານຳຄູບາອາຈານທີ່ປະຕິບັດດີ ເພີ່ນວ່າ ມົກປາແດກກໍ່ຍັງມີຄູ ຈີ່ປູກໍ່ຍັງມີວາດ ສານສາດຍັງມີລ່ຽມມີລາຍ.ພ້ອມປະຕິບັດ,ປະຕິຍັດ,ປະຕິຜົນໃຫ້ເກີດໃນສີ່ງທີ່ຕົນເອງປາຖະໜາ .....
ຖ້າຍັງດຳເນີນຊີວິດບໍ່ຖືກຕ້ອງກໍຄວນກະທຳໃຫ້ຖືກຕ້ອ


             Pimai P. SANTIPHAB.








No comments:

Post a Comment