ຕັ້ງກາຍໃຫ້ຕົງ ດຳລົງສະຕິໃຫ້ໝັ້ນ ນັ່ງແບບສະບາຍ ແຂງຂວາທັບແຂງຊ້າຍ ມືຂວາທັບມືຊ້າຍ ປ່ອຍວາງທຸກຢ່າງ ບໍ່ຢ້ານກົວສິ່ງອື້ນໃດ
ອິດທິບາດ4
1 ສັນທະ ຄືຄວາມພໍໃຈໃນການປະຕິບັດ,
ຮັກແລະສັດທາ ຮັກຄວາມສະຫງົບ ຮັກໃນການນັ່ງສະມາທິ,
ເຫັນແຕ່ການນັ່ງສະມາທິເປັນສິ່ງປະເສີດກ່ວາສິ່ງອື້ນໃດ
2 ວິຣິຍະ ຄືຄວາມພຽນ, ຄວາມມຸ່ງໝັ້ນທຸ່ມເທໃນການປະພຶດທໍານັ່ງສະມາທິ
3 ຈິດຕະ
ຄືຄວາມຄິດຈິດໃຈຈົດຈໍ່ແລະຮັບຮູ້ໃນສິ່ງກະທໍາ ບໍເຮັດໃຫ້ເກີດແນວຄິດໄປທາງອື້ນ
4 ວິມັງສາ ຄືຄວາມທົບທວນ,ໄຕ່ຕອງ
ໃຊ້ປັນຍາພິດຈາລະນາໃນການປະຕິບັດ ປັບປຸງໃຫ້ດີ
ອະຣິຍະສັດ4
1 ທຸກ ຜິດຈາລະນາເຫັນ ຄວາມບໍ່ສະບາຍກາຍ-ໃຈຕ່າງ
2 ສະມຸໄທ ສິ່ງທີພາໃຫ້ເກີດທຸກ
3 ນິໂຣດ ຄວາມບໍ່ຢຸດຕິດກັບສິ່ງໃດໆ ສິ່ງທີພາໃຫ້ດັບທຸກ ປ່ອຍວາງທຸກສິ່ງ
4 ມັກ ຄືຂໍ້ປະຕິບັດ 8 ຂໍ້
1 ສໍາມາທິດຖິ = ຄວາມເຫັນຖືກຕ້ອງ ມີເກີດຕ້ອງມີຕາຍ
2 ສໍາມາສັງກັບປະ = ຄວາມຄິດດຳລິ ລະນຶກ ກໍາຈັດ ໂລບໂກດຫຼົງ ອອກໄປ
3 ສໍາມາວາຈາ = ວາຈາດີ ບໍ່ເວົ້າສໍ້ສຽດ,ຫຍາບຄາຍ,ຄໍາບໍ່ເປັນປະໂຫຍກ
4 ສໍາມາກໍາມັນຕະ = ກະທໍາຊອບ ເວົ້າຈາກຂ່າ,ລັກຊັບ,ປະພຶ່ດຜິດໃນກາມ
5 ສໍາມາອາຊີວະ = ລ້ຽງຊີບຖືກຕ້ອງ ບໍ່ຜິດສິນ,ບໍໃຫ້ໃຜເດື່ອດຮ້ອນ
6 ສໍາມາວາຍາມະ = ຄວາມພຽງຊອບ ສິ່ງບໍ່ດີຕ່າງໆທີຍັງກະທໍາ ໃຫ້ລະຖິ່ມອອກໄປ
7 ສໍາມາສະຕິ = ລະນຶກຊອບ ໃຫ້ມີສະຕິສະເພາະ ໄຕ່ຕອງກ່ອນກະທໍາ
8 ສໍາມາສະມາທິ = ຄວາມຕັ້ງໃຈທໍາສະມາທິ
ໂຟດຊົງ 7
1 ສະຕິ = ຄວາມລະນຶກໄດ້
2 ທໍາມະວິຈະຍະ = ຄວາມເຟັ້ນທໍາ
3 ວິຣິຍະ = ຄວາມພຽນ
4 ປິຕິ = ຄວາມອື່ມໃຈ
5 ປັດສັດທິ = ຄວາມຜ່ອນຄາຍ ສະຫງົບເຢັນທັງກາຍ - ໃຈ
6 ສະມາທິ = ຄວາມມີໃຈຕັ້ງໝັ້ນ
7 ອຸເປກຂາ = ຄວາມມີໃຈເປັນກາງ
ອານາປະນະສະຕິ
ພິກຂຸທັງຫຼາຍ! ອານາປານະສະຕິ ອັນບຸກຄົນຈະເລີນໃຫ້ຫຼາຍແລ້ວ
ຍ່ອມມີຜົນໃຫ່ຍ ມີອະນິສົງໃຫ່ຍ
ພິກຂຸທັງຫຼາຍ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າຫລືໂຄນໄມ້
ຫລືເຮືອນຮ້າງກໍ່ຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍໃຫ້ຕົງ ດຳລົງສະຕິສະເພາະໜ້າ
ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ:
1 ເມື່ອຫາຍໃຈເຂົ້າຍາວ ກໍ່ໃຫ້ຮູ້ວ່າຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ
ກໍ່ໃຫ້ຮູ້ວ່າຫາຍໃຈອອກຍາວ
2 ເມື່ອຫາຍໃຈເຂົ້າສັ້ນ ກໍ່ໃຫ້ຮູ້ວ່າຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ
ກໍ່ໃຫ້ຮູ້ວ່າຫາຍໃຈອອກສັ້ນ
3 ທ່ານຄວນສຶກສາວ່າ:ເຮົາເປັນຜູ້ຮູ້ພ້ອມສະເພາະກາຍທັງປວງ ຫາຍໃຈເຂົ້າ! ວ່າ
ເຮົາເປັນຜູ້ຮູ້ພ້ອມສະເພາະກາຍທັງປວງ ຫາຍໃຈອອກ
4
ທ່ານຄວນສຶກສາວ່າ:ເຮົາເປັນຜູ້ກະທຳກາຍສັງຂານໃຫ້ລະງັບ ຫາຍໃຈເຂົ້າ! ວ່າ
ເຮົາເປັນຜູ້ກະທຳກາຍສັງຂານໃຫ້ລະງັບ ຫາຍໃຈອອກ
5 ທ່ານຄວນສຶກສາວ່າ:ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປິຕິ ຫາຍໃຈເຂົ້າ! ວ່າ
ເຮົາເປັນຜູ້ຮູ້ພ້ອມສະເພາະເຊີ່ງປິຕິ ຫາຍໃຈອອກ
6 ທ່ານຄວນສຶກສາວ່າ:ເຮົາເປັນຜູ້ຮູ້ພ້ອມສະເພາະສຸກ ຫາຍໃຈເຂົ້າ! ວ່າ
ເຮົາເປັນຜູ້ຮູ້ພ້ອມສະເພາະສຸກ ຫານໃຈອອກ
7 ທ່ານຄວນສຶກສາວ່າ:ເຮົາເປັນຜູ້ຮູ້ພ້ອມເຊິ່ງຈິດຕະສັງຂານ ຫາຍໃຈເຂົ້າ! ວ່າ
ເຮົາເປັນຜູ້ຮູ້ພ້ອມເຊິ່ງຈິດຕະສັງຂານ ຫາຍໃຈອອກ
8 ທ່ານຄວນສຶກສາວ່າ:ເຮົາເປັນຜູ້ກະທຳໃຫ້ຈິດຕະສັງຂານລະງັບ ຫາຍໃຈເຂົ້າ!
ວ່າເຮົາເປັນຜູ້ກະທຳໃຫ້ຈິດຕະສັງຂານລະງັບ ຫາຍໃຈອອກ
9 ທ່ານຄວນສຶກສາວ່າ:ເຮົາເປັນຜູ້ຮູ້ພ້ອມສະເພາະຈິດ ຫາຍໃຈເຂົ້າ! ວ່າ
ເຮົາເປັນຜູ້ຮູ້ພ້ອມສະເພາະຈິດ ຫາຍໃຈອອກ
10 ທ່ານຄວນສຶກສາວ່າ:ເຮົາເປັນຜູ້ກະທຳຈິດໃຫ້ປຣາໂມທຍິ່ງ ຫາຍໃຈເຂົ້າ! ວ່າ
ເຮົາເປັນຜູ້ກະທຳຈິດໃຫ້ປຣາໂມທຍິ່ງ ຫາຍໃຈອອກ
11 ທ່ານຄວນສຶກສາວ່າ: ເຮົາເປັນຜູ້ກະທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ!
ວ່າ:ເຮົາເປັນຜູ້ກະທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈອອກ
12 ທ່ານຄວນສຶກສາວ່າ: ເຮົາເປັນຜູ້ກະທຳຈິດໃຫ້ປ່ອຍຢູ່ ຫາຍໃຈເຂົ້າ!
ວ່າ:ເຮົາເປັນຜູ້ກະທຳຈິດໃຫ້ປ່ອຍຢູ່ ຫາຍໃຈອອກ
13 ທ່ານຄວນສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ
ຫາຍໃຈເຂົ້າ! ວ່າ:ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ
14 ທ່ານຄວນສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ
ຫາຍໃຈເຂົ້າ! ວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ
15 ທ່ານຄວນສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ
ຫາຍໃຈເຂົ້າ! ວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈອອກ
16 ທ່ານຄວນສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ
ຫາຍໃຈເຂົ້າ! ວ່າ:ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ
ພິກຂຸທັງຫຼາຍ! ອານາປານະສະຕິ
ອັນບຸກຄົນຈະເລີນແລະກະທຳໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫ່ຍມີອະນິສົງໃຫ່ຍ.ໃນບັນດາຜົນ 2 ປະການ
ເປັນສິ່ງທີ່ຫວັງໄດ້ ຄື:ອໍລະຫັນຕະຜົນໃນປະຈຸບັນ ຫລື ວ່າຖ້າຍັງມີອຸປະທິເຫຼືອຢູ່
ກໍ່ຈັກເປັນ ອະນາຄາມີ
#ອານາປານສະຕິ ໑໖ ຂັ້ນ
[໑໒໑] ຣາຫຸນ ເຈົ້າຈົ່ງຈະເລີນອານາປານສະຕິເຖີດ ເພາະອານາປານສະຕິທີ່ບຸກຄົນ ຈະເລີນແລ້ວເຮັດໃຫ້ຫຼາຍແລ້ວ
ຍ່ອມມີຜົນຫຼາຍ ມີອານິສົງຫຼາຍ
ອານາປານສະຕິທີ່ບຸກຄົນຈະເລີນແລ້ວຢ່າງໃດ ເຮັດໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງມີຜົນ ຫຼາຍ ມີອານິສົງຫຼາຍເປັນຢ່າງໃດ
ຄື ພິກຂຸໃນທັມວິນັຍນີ້ ໄປສູ່ປ່າກໍ່ດີ ໄປສູ່ ເຫງົ້າໄມ້ກໍ່ດີ ໄປສູ່ເຮືອນຫວ່າງກໍ່ດີ ນັ່ງຄູ້ ບັນລັງ ຕັ້ງກາຍຕົງ ດຳລົງສະຕິໄວ້ສະເພາະໜ້າ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ
໑. ເມື່ອຫາຍໃຈເຂົ້າຍາວກໍ່ຮູ້ແຈ້ງວ່າ “ເຮົາຫາຍໃຈເຂົ້າຍາວ”
ເມື່ອຫາຍໃຈອອກຍາວກໍ່ຮູ້ແຈ້ງວ່າ “ເຮົາຫາຍໃຈອອກຍາວ
໒. ເມື່ອຫາຍໃຈເຂົ້າສັ້ນກໍ່ຮູ້ແຈ້ງວ່າ “ເຮົາຫາຍໃຈເຂົ້າສັ້ນ”
ເມື່ອຫາຍໃຈອອກສັ້ນກໍ່ຮູ້ແຈ້ງວ່າ “ເຮົາຫາຍໃຈອອກສັ້ນ
໓. ໃສ່ໃຈວ່າ “ເຮົາກຳນົດຮູ້ກອງລົມທັງປວງຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາກຳນົດຮູ້ກອງລົມທັງປວງຫາຍໃຈອອກ”
໔. ໃສ່ໃຈວ່າ “ເຮົາລະງັບກາຍສັງຂານຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາລະງັບກາຍສັງຂານຫາຍໃຈອອກ”
໕. ໃສ່ໃຈວ່າ “ເຮົາກຳນົດຮູ້ປີຕິຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາກຳນົດຮູ້ປີຕິຫາຍໃຈອອກ”
໖. ໃສ່ໃຈວ່າ “ເຮົາກຳນົດຮູ້ສຸກຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາກຳນົດຮູ້ສຸກຫາຍໃຈອອກ”
໗. ໃສ່ໃຈວ່າ “ເຮົາກຳນົດຮູ້ຈິດຕະສັງຂານຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາກຳນົດຮູ້ຈິດຕະສັງຂານຫາຍໃຈອອກ”
໘. ໃສ່ໃຈວ່າ “ເຮົາລະງັບຈິດຕະສັງຂານຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາລະງັບຈິດຕະສັງຂານຫາຍໃຈອອກ”
໙. ໃສ່ໃຈວ່າ “ເຮົາກຳນົດຮູ້ຈິດຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາກຳນົດຮູ້ຈິດຫາຍໃຈອອກ”
໑໐. ໃສ່ໃຈວ່າ “ເຮົາເຮັດຈິດໃຫ້ບັນເທີງຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາເຮັດຈິດໃຫ້ບັນເທີງຫາຍໃຈອອກ”
໑໑. ໃສ່ໃຈວ່າ “ເຮົາຕັ້ງຈິດໝັ້ນຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາຕັ້ງຈິດໝັ້ນຫາຍໃຈອອກ”
໑໒. ໃສ່ໃຈວ່າ “ເຮົາປ່ອຍຈິດຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາປ່ອຍຈິດຫາຍໃຈອອກ”
໑໓. ໃສ່ໃຈວ່າ “ເຮົາພິຈາລະນາເຫັນວ່າບໍ່ທ່ຽງຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາພິຈາລະນາເຫັນວ່າບໍ່ທ່ຽງຫາຍໃຈອອກ”
໑໔. ໃສ່ໃຈວ່າ “ເຮົາພິຈາລະນາເຫັນຄວາມຄາຍອອກໄດ້ຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາພິຈາລະນາເຫັນຄວາມຄາຍອອກໄດ້ຫາຍໃຈອອກ”
໑໕. ໃສ່ໃຈວ່າ “ເຮົາພິຈາລະນາເຫັນຄວາມດັບໄປຫາຍໃຈເຂົ້າ”
ໃສ່ໃຈວ່າ “ເຮົາພິຈາລະນາເຫັນຄວາມດັບໄປຫາຍໃຈອອກ
໑໖. ໃສ່ໃຈວ່າເຮົາພິຈາລະນາເຫັນຄວາມສະລະຄືນຫາຍໃຈເຂົ້າ
ໃສ່ໃຈວ່າເຮົາພິຈາລະນາເຫັນຄວາມສະລະຄືນຫາຍໃຈອອກ”
ອານາປານສະຕິທີ່ບຸກຄົນຈະເລີນແລ້ວຢ່າງນີ້ເຮັດໃຫ້ຫຼາຍແລ້ວຢ່າງນີ້ ຍ່ອມມີ ຜົນຫຼາຍມີອານິສົງຫຼາຍ
ຣາຫຸນ ເມື່ອອານາປານສະຕິອັນບຸກຄົນຈະເລີນແລ້ວຢ່າງນີ້ ເຮັດໃຫ້ຫຼາຍແລ້ວຢ່າງນີ້ ລົມອັດສາສະ(ຫາຍໃຈເຂົ້າ) ລົມປັດສາສະ(ຫາຍໃຈອອກ) ເທື່ອສຸດທ້າຍທີ່ປາກົດແຈ້ງ ຍ່ອມດັບໄປ ທີ່ບໍ່ປາກົດແຈ້ງ ຍັງບໍ່ດັບໄປ”
ພຣະຜູ້ມີພຣະພາກເຈົ້າ ໄດ້ຕັດສຸພາສິດນີ້ແລ້ວ ພຣະຣາຫຸນມີໃຈຍິນດີຊື່ນຊົມພຣະພາສິດຂອງພຣະຜູ້ມີພຣະພາກເຈົ້າ ດັ່ງນີ້ແລ.
ມະຫາຣາຫຸໂລວາທະສູດທີ່ ໒ ຈົບ
No comments:
Post a Comment